ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໂອ້ລົມພະນັກງານ
ຫຼັກແຫຼ່ງທີ່ຈະໄປບໍາລຸງໄລຍະສັ້ນ ຢູ່ ສສ ຫວຽດນາມ


ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 29 ກັນຍາ 2023 ນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ ໄດ້ພົບປະໂອ້ລົມພະນັກງານ-ນາຍທະຫານ ທີ່ມາຈາກບັນດາກົມກອງກຳລັງຫຼວງ-ທ້ອງຖີ່ນ ເນື່ອງໃນໂອກາດທີ່ຈະໄປບໍາ
ລຸງໄລຍະສັ້ນວຽກງານຍຸດທະສາດ-ຍຸດທະບັ້ນຮົບ ຢູ່ ສສ ຫວຽດນາມ ຈຳນວນ 30 ສະຫາຍ.

     ໃນພິທີ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສໍາຄັນ ເຊິ່ງມີບາງຕອນໄດ້ກ່າວວ່າ: ພັກ-ລັດ, ກໍຄືກອງທັບ
ເຮົາຍາມໃດກໍເປັນຫ່ວງເປັນໃຍ ແລະ ຖືສໍາຄັນໃນການປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນ ມີແບບແຜນ ແລະ ທັນສະໄໝ
ໃນນີ້ຈະຕ້ອງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງບັນດາເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ, ມີຄຸນນະພາບ ແລະ ທັນສະໄໝ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່
ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ສະນັ້ນ, ການເດີ່ນທາງໄປບຳລຸງວຽກງານຍຸດທະສາດ-ຍຸດທະບັ້ນຮົບຂອງບັນດາສະຫາຍໃນຄັ້ງນີ້, ກໍ່ແມ່ນ
ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແນວທາງນະໂຍບາຍຂອງກອງທັບ ໃນການຕັ້ງໜ້າປັບປຸງກໍ່ສ້າງກຳລັງປະກອບ
ອາວຸດປະຊາຊົນ ໃຫ້ໜັກແໜ້ນເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝ. ອີກດ້ານໜຶ່ງ, ແມ່ນເພື່ອປັບປຸງເຫຼົ່າຮົບວິຊາສະເພາະໃຫ້ເປັນລະບົບຄົບ
ຊຸດສາມາດຮັບປະກັນການເຄື່ອນໄຫວວຽກງານຕາມຄວາມຮຽກຮ້ອງຕ້ອງການຂອງແຕ່ລະໄລຍະ.

     ໂອກາດນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍເຂົ້າໃຈຢ່າງເລິກເຊິ່ງຕໍ່ໜ້າທີ່ໃນການປະຕິບັດແຜນການ
ຮຽນບຳລຸງໄລຍະສັ້ນວຽກງານ ຍຸດທະສາດ-ຍຸດທະບັ້ນຮົບ ໃຫ້ໄດ້ຮັບຜົນສຳເລັດ ພ້ອມທັງຍົກສູງຄຸນນະພາບໃນການຮັບເອົາຄວາມຮູ້ຈາກ ຄູ-ອາ
ຈານ ໃຫ້ເລິກເຊິ່ງເຖິງຖອງ, ເປັນເຈົ້າການ, ກຳແໜ້ນທິດຊີ້ນຳ, ຄາດໝາຍຂອງການໄປສຶກສາຮໍ່າຮຽນຍົກລະດັບ (ບໍາລຸງໄລຍະສັ້ນ) ໃນຄັ້ງນີ້ ເພື່ອ
ປັບປຸງກໍ່ສ້າງກໍາລັງປະກອບອາວຸດຂອງພັກ ໃຫ້ສອດຄ່ອງກັບແນວທາງການສ້າງລະບອບສັງຄົມນິຍົມໃນໄລຍະໃໝ່ ເພື່ອສ້າງກອງທັບພວກເຮົາໃຫ້
ກາຍເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ, ເປັນກຳລັງຫຼັກແຫຼ່ງໃນພະລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,
ເຮັດສຳເລັດໜ້າທີ່ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ເປັນເຈົ້າການຮັກສາບົດບາດ, ທັດສະນະພະນັກງານ, ຄວາມເປັນແບບຢ່າງ ໃນການ
ຊອກຮູ້ຮ່ຳຮຽນ, ຄົ້ນຄວ້າ-ແລກປ່ຽນບົດຮຽນໃໝ່ໆທີ່ດີເພື່ອນຳມາໝູນໃຊ້ໃຫ້ສອດຄ່ອງກັບກົມກອງຂອງຕົນ, ຮັກສາແໜ້ນຄວາມສາມັກຄີ, ເອກະ
ພາບພາຍໃນໝູ່ຄະນະ-ກໍຄືຄູອາຈານ, ມີຄວາມອຸ່ນອຽນທຸ່ນທ່ຽງຫ້າວຫັນປະຕິບັດໜ້າທີ່ວຽກງານພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ການ
ຈັດຕັ້ງມອບໝາຍໃຫ້ດ້ວຍໝາກຜົນອັນຈົບງາມ, ຍົກສູງສະຕິການປະຕິບັດລະບຽບ, ລະບອບ, ແບບແຜນການດຳລົງຊີວິດ, ການໄປ-ມາ ແລະ ໂມງ
ເວລາຢ່າງເຂັ້ມງວດ, ການຮັກສາສຸຂະພາບຮ່າງກາຍ ແລະ ຈິດໃຈເພື່ອພ້ອມກັນເຮັດສຳເລັດໜ້າຕາມແຜນການ ນຳເອົາບັນດາບົດຮຽນຕ່າງໆທີ່ໄດ້
ຮຽນຮູ້ມາພັດທະນາກົມກອງ ກໍຄືກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 02/10/2023